ສູນຮຽນຮູ້ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ
ສູນຮຽນຮູ້ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ

ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ວຽງຈັນ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ III ພ້ອມດຽວກັນນັ້ນ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະຫນ່ວຍພັກຊຸດໃຫມ່.

 

ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ວຽງຈັນ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ III ພ້ອມດຽວກັນນັ້ນ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະຫນ່ວຍພັກຊຸດໃຫມ່.
ພິທີເປີດປ້າຍໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝ ລາວ-ຈີນ ໄດ້ມີຂຶ້ນໃນວັນທີ 13 ພຶດສະພາ 2025 ທີ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຈິດຕະກອນ ສີຊານົນ ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແລະ ທ່ານ ຊິນກັ່ງ ຮອງອະທິການບໍດີມະຫາວິທະຍາໄລເຕັກນິກ-ວິຊາຊີບກະສິກຳກວາງຊີ ສປ ຈີນ ພ້ອມດ້ວຍຫົວໜ້າພະແນກ, ຫ້ອງການ, ຄະນະອໍານວຍການ, ຂະແໜງການ, ໜ່ວຍງານ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງຢ່າງພ້ອມພຽງ.

Post a Comment

Previous Post Next Post